ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ຝຣັ່ງ ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ
ຂອງ​ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ


ທ່ານ ເອັມ​ມາ​ນູ​ເອວ ມາ​ຄຣົງ ປະທານາທິ ບໍດີ​ຝຣັ່ງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ ທ່ານ ຫວາງ ຢີ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ

     ສຳນັກ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 20 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ທ່ານ ເອັມ​ມາ​ນູ​ເອວ ມາ​ຄຣົງ ປະທານາທິ ບໍດີ​ຝຣັ່ງ ໄດ້​ຕ້ອນ
ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ ທ່ານ ຫວາງ ຢີ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຈີນ
ທີ່​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ຢູ່​ນະຄອນຫຼວງ ປາ​ຣີ ຂອງ​ຝຣັ່ງ.

     ໃນ​ໂອກາດ​ດັ່ງກ່າວ, ທ່ານ ເອັມ​ມາ​ນູ​ເອວ ມາ​ຄຣົງ ໄດ້​ກ່າວ​ສະແດງ​ຄວາມ​ຕອ້ນ​ຮັບ​ອັນ​ອົບ​ອຸ່ນ ແລະ ຢືນຢັນ​ການ​ຍຶດ​ໝັ້ນ​ປະຕິບັດ​ຕາມ​ນະ
ໂຍບາຍ​ປະເທດ​ຈີນ​ດຽວ, ຫຼັກ​ໝັ້ນ​ດັ່ງກ່າວ​ນີ້​ມີ​ຄວາມ​ຄັກແນ່​ຈະແຈ້ງ​ຫຼາຍ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຂອງ​ໂລກ, ຝຣັ່ງ​ຍຶດ​ໝັ້ນ​ເປັນ​ເຈົ້າ​ຕົນ
​ເອງ​ດ້ານ​ຍຸດ​ທະ​ສາດ, ຍິນ​ດີ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ​ກັບ​ຈີນ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ ແລະ ສະຖຽນ​ລະ​ພາບ. ທ່ານ
ຫວາງ ຢີ້ ກໍ​ໄດ້​ກ່າວ​ສະແດງ​ຄວາມ​​ຂອບໃຈ​ຕໍ່ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ​ປະທານາທິບໍດີ​ຝຣັ່ງ ພ້ອມ​ທັງ​ກ່າວ​ວ່າ: ປັດຈຸບັນ​ນີ້ ສະຖານະ​ການ​ສາ
ກົນ​ມີ​ຄວາມ​ວຸ້ນວາຍ​ຫຼາຍ, ບັນຫາ​ຈຸດ​ສຸມ​ມີ​ຄວາມ​ສັບສົນ ແລະ ແກ້​ໄຂ​ຍາກ, ເສດຖະກິດ​ຂອງ​ໂລກ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ, ສິ່ງ​ທ້າ​ທາຍ
​ຕ່າງໆ​ເກີດ​ຂຶ້ນ​ເລື້ອຍໆ.

     ຈີນ ແລະ ຝຣັ່ງ ລ້ວນ​ແຕ່​ເປັນ​ປະເທດ​ໃຫຍ່ ທີ່​ເປັນ​ເຈົ້າ​ຕົນ​ເອງ ແລະ ເປັນ​ເອກະລາດ, ທັງ​ເປັນ​ປະເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ
​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ແລະ ກຳລັງ​ທີ່​ສຳຄັນ​ໃນ​ໂລກ​ທີ່​ມີ​ຫຼາຍ​ຂົ້ວ, ຈີນ ແລະ ຝຣັ່ງ ຄວນ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານວຽກງານຕ່າງໆ
ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ, ເພີ່ມ​ທະວີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ ແລະ ສະຖຽນ​ລະ​ພາບ​ຂອງ​ໂລກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2024